ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການ​ກໍ່ສ້າງ​ເຮືອນນອນ​ຊົ່ວຄາວຢູ່ ກອງຮ້ອຍ ຊ່າງ​ແສງ ກອງພັນ​ໃຫຍ່ 402 ສຳ​ເລັດ 60%


ກອງຮ້ອຍຊ່າງ​ແສງກໍ່ສ້າງ​ເຮືອນນອນ​ຊົ່ວຄາວຂອງກອງ​ພົນ​ທີ 4 ໃນວັນທີ 21/02/2024

     ໃນ​ວັນ​ທີ 21 ກຸມພາ 2024, ການກໍ່ສ້າງ​ເຮືອນນອນ​ຊົ່ວຄາວຂອງ ກອງຮ້ອຍຊ່າງ​ແສງ ກອງພັນ​ໃຫຍ່ 402 ກອງ​ພົນ​ທີ 4 ໄດ້​ສຳເລັດ ​60%,
ໂດຍ​ການ​ນຳພາ​ການ​ກໍ່ສ້າງ​ຂອງ​ສະຫາຍ ພັນ​ຕີ ວຽງ​ຄອນ ໂອວັນນາ ຫົວໜ້າ​ຂະແໜງຊ່າງ​ແສງ ພະ​ແນກ​ເສນາທິການ ​ກອງພັນໃຫ​​ຍ່ 402 ກອງ​ພົນ
ທີ 4, ມີຄະນະ​ພັກ-ຄະນະ​ບັນຊາ​ກອງຮ້ອຍ, ໝວດ, ໝູ່ ຕະຫຼອດ​ຮອດພະນັກງານ-ນັກຮົບຮ່ວມ​ແຮງ​ຮ່ວມ​ໃຈ​ຊ່ວຍ​ກັນ. ສະຫາຍ ຮ້ອຍ​ໂທ ໄມ​ສິນ
ກົງ​ປາລີ ຫົວໜ້າການ​ທະຫານ​ກອງຮ້ອຍຊ່າງ​ແສງ ກອງພັນ​ໃຫຍ່ 402 ໄດ້​ໃຫ້​ຮູ້ວ່າ: ເຮືອນນອນ​ຊົ່ວຄາວ ​ຫຼັງ​ດັ່ງກ່າວ​ໄດ້​ເລີ່ມ​ລົງ​ມີ​ກໍ່ສ້າງ​ນັບ​ແຕ່​ວັນ
​ທີ 6 ທັນວາ 2023 ເປັນ ຕົ້ນ​ມາ ປັດຈຸບັນ​ການ​ກໍ່ສ້າງ​​ບັນລຸ​ໄດ້ 60%, ມີ​ຂະໜາດ​ຄວາມ​ກວ້າງ 6 ແມັດ, ຍາວ 11 ແມັດ, ສູງ 3,50 ແມັດ ລວມ
ມີ 6 ຫ້ອງ, ເສົາ​ເຮັດ​ດ້ວຍ​ໄມ້, ມຸງ​ດ້ວຍ​ສັງກະສີ ລວມ​ມູນ​ຄ່າ​ທັງ​ໝົດ 4.200.000 ກີບ ຄາດກະ​ຈະໃຫ້​ສຳເລັດ​ພາຍ​ໃນ​ກາງ​ປີ 2024 ນີ້. ທັງ​ນີ້,
ເພື່ອ​ເປັນ​ການ​ປັບປຸງ​ກໍ່ສ້າງ​ກົມ​ກອງ​ໃຫ້​ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ​ຈົບງາມ​ຕາມ​ທິດ​ທາງ​ຂອງ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ​ວາງ​ອອກ.

ແຫຼ່ງທີ່ມາ: ເພັດ​ດາວວີ ອິນ​ວິທະຍາ
ວັນທີ 27/02/2024